ຂ່າວລາວ

ກວດກາຄືນຂໍ້ມູນໄມ້ 20 ຕູ້ຄອນເທນເນີ
ວັນເສົາ, 27 ສ.ຫ 2016 08:20

ໃນວັນທີ 24 ສິງຫາ 2016 ສື່ມວນຊົນໄທ ໄດ້ອອກຂ່າວ ເຈົ້າໜ້າທີ່ພາສີ ແຫຼມສະບັງ (ຣາຊະອານາຈັກໄທ) 
ໄດ້ກວດກາ ຕູ້ຄອນເທນເນີ ຈຳນວນ 20 ຕູ້ ທີ່ບັນຈຸສິນຄ້າ ຈາກ ສປປ ລາວ ຜ່ານດ່ານພາສີ ໜອງຄາຍ ແລະ ຂົນສົ່ງຜ່ານແດນໄທ
 ໄປຍັງເຂດປົກຄອງພິເສດ ຮົງກົງ ສປ ຈີນ ເຊິ່ງຈັດສົ່ງ ແລະ ຂົນສົ່ງໂດຍ ບໍລິສັດ ເອເຊຍທານສະລາຍ ແລະ ເຈົ້າໜ້າທີ່ພາສີໄທ 
ສົງໄສ ແລະ ໄດ້ກວດ ສອບ ເຫັນວ່າ: ຕູ້ຄອນເທນເນີດັ່ງກ່າວ ແມ່ນບັນຈຸສິນຄ້າປະເພດ ໄມ້ທ່ອນ ແລະ ໄມ້ແປຮູບ 
(ໄມ້ຂະຍຸງ, ໄມ້ດູ່, ໄມ້ຊິງຊັງ) ເຊິ່ງບໍ່ກົງກັບເອກະສານ ແຈ້ງຂໍອະນຸຍາດຜ່ານແດນ ວ່າ ເປັນຖ່ານໄມ້ ແລະ ບໍ່ກົງກັບພາບເອັກສເລ
 ທີ່ຕົ້ນທາງ ດ່ານພາສີໜອງຄາຍ ທີ່ລະບຸວ່າ ເປັນຖ່ານໄມ້.
ຕໍ່ການອອກຂ່າວດັ່ງກ່າວ, ເຈົ້າໜ້າທີ່ພາສີ ດ່ານພາສີຂົວມິດຕະພາບ 1 ແຈ້ງໃຫ້ຮູ້ວ່າ: ການກວດກາເບື້ອງຕົ້ນ ທາງດ້ານເອກະສານ ແລະ ຂໍ້ມູນບັນທຶກ
 ໃນເຄື່ອງເອັກສເລ ຢູ່ດ່ານພາສີດັ່ງກ່າວ ໃນໄລຍະແຕ່ ເດືອນມິຖຸນາ ຫາ ວັນທີ 26 ສິງຫາ 2016 ແມ່ນບໍ່ມີຂໍ້ມູນ ການສົ່ງອອກ
 ໄມ້ທ່ອນ ແລະ ໄມ້ຕີຕັບ. ແຕ່ມີການ ສົ່ງອອກຖ່ານໄມ້ ຂອງ 5 ບໍລິສັດ ລວມມີ 45 ຄັນລົດ ຊຶ່ງທັງ 5 ບໍລິສັດ ດັ່ງກ່າວ 
ໄດ້ດຳເນີນຂັ້ນຕອນ ການສົ່ງອອກ ແລະ ປະກອບເອກະສານ ຖືກຕ້ອງຕາມລະບຽບການ ຂອງ ສປປ ລາວ. ປະຈຸບັນ, ເຈົ້າໜ້າທີ່ພາສີ ແລະ ພາກສ່ວນກ່ຽວຂ້ອງ
 ກໍາລັງສືບຕໍ່ເກັບກຳ ກວດກາຂໍ້ມູນ ລະອຽດຕື່ມ. ຫຼັງຈາກນັ້ນ, ຈຶ່ງຈະໄດ້ມີ ການເຜີຍແຜ່ຂໍ້ມູນ ຕາມພາຍຫຼັງ.


ຂ່າວຈາກ:www.laogov.gov.la



                                        ໃຫ້ລາຍຮັບເພີ່ມຂຶ້ນ 50%




ຜູ້ຂຽນ: ວັນທອງ
ວັນພຸດ, 29 ມິ.ຖ 2016 15:00
​​ໃຫ້​ລາຍ​ຮັບ​ເພີ່ມ​ຂຶ້ນ 50%
 
      ແຕ່​ນີ້​ຮອດ​ປີ 2020 ລັດ­ຖະ­ບານ​​ຊຸດ​ໃໝ່​ ໄດ້​ຢືນ­ຢັນ​ທີ່​ຈະ​ສືບ­ຕໍ່​ແກ້​ໄຂ ບາງ​ບັນ­ຫາ​ຄົງ​ຄ້າງ​ໃນ​ໄລ­ຍະ​ຜ່ານ​ມາ ເພື່ອ​ເຮັດໃຫ້ສະພາບການເງິນມີ​ຄວາມ​ຄ່ອງຕົວ​​ເປັນກ້າວໆ. ທັງ​ນີ້,​ ເພື່ອ​ຮັບ­ປະ­ກັນ​ໃຫ້​ຂະແໜງການ​ເງິນ​ຂອງ​ປະ­ເທດ​ ມີການ​ປ່ຽນ­ແປງ​ໃໝ່​ຢ່າງ­ຮອບ­ດ້ານ ໂດຍ​ສ້າງ​ໃຫ້ມີຄວາມ​ໂປ່ງ​ໃສ, ແກ້​ໄຂປະກົດການຫຍໍ້­ທໍ້​ໃນທຸກ​ດ້ານ ແລະ​ ຫັນ​ໄປ​ສູ່​ຄວາມ​ທັນ​ສະໄໝ ໄປ​ພ້ອມໆກັບ​ການ​ຂະ­ຫຍາຍ​ຖານ​ລາຍ​ຮັບ​ໃໝ່ ​ທີ່ຄວບ​ຄູ່​ການ​ຂຸດ​ຄົ້ນ​ແຫຼ່ງ​ລາຍ​ຮັບ​ທີ່​ບົ່ມຊ້ອນ​ ໃຫ້​ມີການເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ ໝັ້ນຄົງ, ສາມາດຕອບສະໜອງ ຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ສ້າງເງື່ອນໄຂໃຫ້ແກ່ການນຳເອົາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ໃນປີ 2020 ໂດຍ​ຕັ້ງ​ເປົ້າ​ຈະ​ເກັບ​ລາຍຮັບ​ໃຫ້​ໄດ້​ເພີ່ມ​ຂຶ້ນ​ ຈາກ 5 ປີຜ່ານມາ​ ເຖິງ 50%.
      ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ​ລັດຖະ​ມົນ­ຕີ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ໄດ້​ສະ­ເໜີ​​ ທິດ​ທາງ​ແຜນ​ງົບ­ປະ­ມານແຫ່ງ​ລັດ 5 ປີຄັ້ງ​ທີ VIII (2016-2020); ​ແຜນດັດ­ແກ້​​ງົບປະມານ​ແຫ່ງລັດ ສົກ​ປີ 2015-2016 ​ແລະ ​ແຜນ​ງົບປະມານ 3 ​ເດືອນ​ໄລຍະ​ຂ້າມ​ຜ່ານ ຕໍ່​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລຶກ​ ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດທີ VIII ວ່າ: ການ­ຈັດ­ຕັ້ງ​ປະບັດງົບປະ­ມານ​ແຫ່ງ​ລັດ ໃນ​ໄລ­ຍະ 5 ປີ ຜ່ານ​ມາ ໄດ້​ດຳ­ເນີນ​ໄປ​ໃນ​ເງື່ອນ­ໄຂ​ທີ່​ສະ­ພາບ​ເສດ­ຖະ­ກິດ​ຂອງ​ໂລກ ແລະ ​ພາກ​ພື້ນ​ບໍ່​ທັນ​ຟື້ນໂຕ ແລະ​ ມີ​ຫຼາຍ​ດ້ານ​ບໍ່​ເອື້ອ​ອຳ­ນວຍ, ແຕ່​ດ້ວຍ​ການ​ຊີ້​ນຳ, ນຳ­ພາ​ຢ່າງ​ໃກ້­ຊິດ​ຂອງກົມ​ການ­ເມືອງ​ສູນ​ກາງ​ພັກ ແລະ​ ລັດ­ຖະ­ບານ​ ຈຶ່ງ​ເຮັດ​ໃຫ້​ການ­ຈັດ­ຕັ້ງປະ­ຕິ­ບັດ ແຜນ​ງົບ­ປະ­ມານ​ແຫ່ງ​ລັດ​ໄດ້​ຮັບ​ໝາກ­ຜົນ​ດີ​ພໍ​ສົມ­ຄວນ, ສາ­ມາດ​ຂຸດ​ຄົ້ນເກັບ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຊຶ່ງສາ­ມາດ​ຕອບ​ສະ­ໜອງ​ແຫຼ່ງ​ທຶນ​ຢ່າງພຽງ­ພໍ​ໃຫ້​ແກ່​ການ​ພັດ­ທະ­ນາ ໂດຍ​ສະເພາະ​ແມ່ນ​ສາ­ມາດ​ແກ້​ໄຂ​ໄດ້​ລາຍ​ຈ່າຍ ທີ່​ເປັນ​ບູ​ລິ​ມະ​ສິດ​ຂອງ​ລັດ­ຖະ­ບານ​ ເປັນຕົ້ນ​ລາຍ​ຈ່າຍ​ເງິນ­ເດືອນ, ເງິນ​ອຸດ​ໜູນ, ລາຍ​ຈ່າຍ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ, ລາຍ​ຈ່າຍ​ຊຳ­ລະ​ໜີ້​ສິນ​ຕ່າງ­ປະ­ເທດ, ໜີ້​ສິນ​ພາຍ​ໃນ ແລະ​ ລາຍ​ຈ່າຍ​ອື່ນໆ.
 
      ສຳ­ລັບ​ທິດ​ທາງ​ຂອງ​ແຜນ​ງົບ​ປະມານ​ແຫ່ງ​ລັດ 5 ປີ ຄັ້ງ​ທີ VIII ລາຍ​ຮັບລວມ​ແມ່ນ​ຈະ​ສູ້​ຊົນ​ສຸດ​ຂີດ​ໃຫ້​ໄດ້ ທັງ​ໝົດ​ປະ­ມານ 149,6 ພັນ​ຕື້​ກີບ ຢູ່​ໃນ​ລະຫວ່າງ 19-20%ຂອງ​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ຫຼື ຈີ​ດີ​ພີ, ທຽບ­ໃສ່​ໃນ 5 ປີ ຜ່ານ​ມາ​ເພີ່ມ​ຂຶ້ນ 50%; ລາຍ​ຮັບ​ພາຍ​ໃນ​ ແມ່ນ​ຈະ​ສູ້​ຊົນ​ປະ­ຕິ­ບັດ​ໃຫ້​ໄດ້​ປະ­ມານ 131,8 ພັນ​ຕື້​ກີບ ເພີ່ມ​ຂຶ້ນ72% ແລະ ລາຍ​ຈ່າຍ​ສູ້​ຊົນ​ປະ­ຕິ­ບັດ​ໃຫ້​ໄດ້​ປະ­ມານ 176,4 ພັນ​ຕື້​ກີບ, ທຽບ­ໃສ່​ປະ­ຕິ­ບັດ​ໃນ 5 ປີ ຜ່ານ​ມາ ເພີ່ມ​ຂຶ້ນ 48,7% ແລະ​ ໃນ 5 ປີ​ຂ້າງ​ໜ້າ ​ຈະ​ຄຸ້ມ​ຄອງ​ບໍ່​ໃຫ້​ເກີນ25% ຂອງ​​ ຈີ​ດີ​ພີ. ສະເພາະ​ລາຍ​ຈ່າຍ​ເງິນ­ເດືອນ​ ຄາດ​ຄະເນ​ປະ­ມານ 60 ພັນ​ຕື້​ກວ່າ​ກີບ ກວມ 8% ຂອງ​ຈີ​ດີ​ພີ, ທຽບ­ໃສ່ 5 ປີ­ຜ່ານ­ມາ ເພີ່ມຂຶ້ນ 85% ໂດຍ​ເລີ່ມ​ແຕ່​ສົກ​ປີ2017 ເປັນ­ຕົ້ນ​ໄປ​ ຈະ​ປັບ­ປຸງ​ດັດ​ເພີ່ມ​ສະ​ນີເງິນ­ເດືອນ​ໃຫ້​ບໍ່​ຫຼຸດ​ອັດ­ຕາ​ການ​ເຕີບໂຕ​ຂອງ​ເສດ­ຖະ­ກິດໃນ​ແຕ່​ລະ​ປີ ຫຼື ເພີ່ມດັດ​ສະ​ນີ​ເງິນ­ເດືອນ​ປີ​ລະ 500 ກີບ ກວມເອົາ​ໂດຍ​ສະ­ເລ່ຍ44,3% ຫຼຸດ​ລົງ​ຈາກ 58% ຂອງ​ລາຍ​ຮັບ​ພາຍ​ໃນ ໃນ​ສົກ​ປີ 2012-2013 ແລະ​ ໃນ​ໄລ­ຍະ 5 ປີຂ້າງໜ້າ​ຈະ​ຄຸ້ມ​ຄອງ​ບໍ່​ໃຫ້​ເກີນ 45% ຂອງລາຍ​ຮັບ​ພາຍ​ໃນ​ ທັງ​ຮັບ­ປະ­ກັນ​ການ​ຂາດດູນ​ບໍ່​ໃຫ້​ເກີນ 5% ຂອງຈີ​ດີ​ພີ ປະ­ມານ 26,8 ພັນ​ຕື້​ກີບ​, ລື່ນ​ປະ­ຕິ­ບັດ​ໃນ 5 ປີຜ່ານມາ 7,8 ພັນ​ຕື້​ກີບ ຫຼື ເທົ່າ​ກັບ 41%.
      ສ່ວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງົບປະ­ມານ​ແຫ່ງ​ລັດ 6 ເດືອນ​ທ້າຍ​ປີ 2015-2016 ໂດຍພື້ນ­ຖານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ເລກຄາດ­ໝາຍ​ສູ້​ຊົນ ​ຈັດ​ເກັບ​ລາຍ​ຮັບ​ໝົດ​ສົກ​ປີ ແມ່ນ​ຈະ​ສາ­ມາດ​ຈັດ​ເກັບ​ລາຍຮັບ​ທັງ​ໝົດ​ໄດ້​ພຽງ 23.700 ຕື້​ກີບ ເທົ່າ​ກັບ 90,6% ຂອງ​ແຜນ­ການ​ປີ. ດັ່ງ­ນັ້ນ, ອີງ​ຕາມ​ມາດ­ຕາ 46 ແລະ​ ມາດ­ຕາ 54 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ງົບ­ປະ­ມານ​ແຫ່ງລັດ ​ສະ­ບັບ​ປີ 2006 ກໍ­ລະ­ນີ​ຄາດ​ຄະ­ເນ ການ​ປະ­ຕິ­ບັດ​ລາຍ​ຮັບ​ບໍ່​ສາ­ມາດ​ປະ­ຕິບັດ​ໄດ້​ຕາມ​ແຜນ­ການ 5% ຂຶ້ນ​ໄປ​ ກະຊວງ​ການ​ເງິນ​ຕ້ອງ​ສະ­ເໜີ​ຕໍ່​ລັດ­ຖະ­ບານ ເພື່ອ​ສະ­ເໜີ​ສະ­ພາ​ແຫ່ງ​ຊາດ​ພິ­ຈາ­ລະ­ນາ ດັດ­ແກ້ແຜນ​ງົບ­ປະ­ມານ​ແຫ່ງ​ລັດ, ດ້ວຍ​ເຫດນັ້ນ ຈຶ່ງ​ສະ­ເໜີ​​ສະ­ພາ​ແຫ່ງ​ຊາດ ເພື່ອ​ດັດ­ແກ້​ງົບ­ປະ­ມານ​ແຫ່ງ​ລັດ ​ສົກ​ປີ 2015-2016 ຄື: ພິ­ຈາ­ລະ­ນາ​ດັດ­ແກ້​ຫຼຸດ​ແຜນ​ລາຍ​ຮັບ​ງົບ­ປະ­ມານ​ພາຍ​ໃນ​ ຈຳ­ນວນ 2.459 ຕື້​ກີບ ຫຼື ຫຼຸດ​ຈາກ 26.159 ຕື້​ກີບ​ມາ​ເປັນ 23.700 ຕື້​ກີບ, ສ່ວນ​ພາກ​ລາຍ​ຈ່າຍ: ສະເໜີ​ສະ­ພາ​ແຫ່ງ​ຊາດ​ພິ­ຈາ­ລະ­ນາ​ດັດ­ແກ້ ຫຼຸດ​ແຜນ​ລາຍ​ຈ່າຍ​ງົບ­ປະ­ມານ ​ຈຳ­ນວນ 1.100 ຕື້​ກີບ, ໃນ​ນັ້ນ ດັດ­ແກ້​ຫຼຸດ​ແຜນງົບ­ປະ­ມານ​ເດືອນ, ເງິນ​ທີ່ຄາດ​ຄະ­ເນ​ບໍ່ໄດ້​ນຳ​ໃຊ້​ຈຳ­ນວນ 400 ຕື້​ກີບ, ຫຼຸດ​ຄັງສະ​ສົມ​ລົງ 200 ຕື້​ກີບ ແລະ ​ຫຼຸດ​ລາຍ​ຈ່າຍ​ລົງ­ທຶນ 500 ຕື້​ກີບ ແລະ​ ດັດ­ແກ້​ລາຍຈ່າຍ​ສຳ­ລັບ​ເງິນ​ເກີນ​ແຜນ​ຂອງ​ທ້ອງ­ຖິ່ນ ສົກ​ປີ 2014-2015 ຈໍາ­ນວນ 272 ຕື້ກີບ. ສັງ​ລວມ​ແລ້ວ​ ​ແມ່ນຫຼຸດ​ລາຍ​ຈ່າຍ​ລົງຈຳ­ນວນ 828 ຕື້​ກີບ ຫຼື ຫຼຸດ​ຈາກ 31.946 ມາ​ເປັນ 31.118 ຕື້ກີບ.
      ຕໍ່ກັບແຜນງົບປະມານ 3 ເດືອນໄລຍະຂ້າມຜ່ານ ທ້າຍປີ  2016 ປ່ຽນສົກງົບປະມານມາເປັນງົບປະ ມານຕາມປີປະຕິທິນ, ຄາດຄະເນລວມຍອດລາຍຮັບພາຍໃນ ຈະໄດ້ປະມານ 3.060  ຕື້ກີບ ສ່ວນດ້ານລາຍຈ່າຍ ໃນໄລຍະ 3 ເດືອນຂ້າມຜ່ານນີ້ ມີຈໍານວນທັງໝົດ 3.560 ຕື້ກີບ, ໃນນີ້ ລາຍຈ່າຍບໍລິຫານປົກກະຕິ 2.750 ຕື້ກີບ ແລະ ລາຍຈ່າຍໜີ້ສິນພາຍໃນ ແລະ ຕ່າງປະເທດ 810 ຕື້ກີບ. 
      ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ VIII (2016-2020) ບັນລຸ​ຜົນສຳ​ເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ກ່າວ​ວ່າ: ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ປະຕິບັດ​ ບັນດາ​ມາດ​ຕະການ​ດ້ານ​ການ​ເງິນ​ທີ່​ສຳຄັນ ​ເປັນ​ຕົ້ນ ປັບປຸງ​ການ​ສ້າງ​ແຜນ​ງົບປະມານ​ແຫ່ງ​ລັດ ຢ່າງ​ມີ​ວິທະຍາສາດ: ​ໂດຍ​ເລີ່​ມຈາກ​ການ​ຄົ້ນຄວ້າ​ວິ​ໃຈ​ຂໍ້​ມູນ ​ຢ່າງ​ລະອຽດ​ຖີ່​ຖ້ວນ ​ແລະ ຊັດ​ເຈນ ​ເພື່ອ​ຄົ້ນຄວ້າ​ວິ​ໄຈ​ແຫຼ່ງລາຍ​ຮັບ​ງົບປະມານ ​ໃຫ້​ຖືກ​ຕ້ອງ;ການ​ສ້າງ​ແຜນ​ງົບປະມານ​ຕ້ອງ​ສອດ ຄ່ອງ​ກັບ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດ, ຖືກຕ້ອງ​ຕາມ​ກົດໝາຍ, ສອດຄ່ອງ​ກັບ​ແຜນ​ພັດທະນາ​ເສດ ຖະກິດ-ສັງຄົມ ​ແຫ່ງ​ຊາດ, ທີ່​ສຳຄັນຕ້ອງຄຳນຶງ​ເຖິງ​ຄວາມ​ສ່ຽງ ​ແລະ ການ​ປ່ຽນ​ແປງ​ທີ່​ອາດ​ເກີດ​ຂຶ້ນ​ໃນ​ອະນາ ຄົດ; ຍົກ​ສູງ​ຄວາມ​ຮັບຜິດຊອບ ຂອງ​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ໃນ​ການ​ສ້າງ ​ແລະ ປະຕິບັດ​ແຜນ​ງົບປະມານ ບົນ​ຫຼັກການ​ລວມສູນງົບປະມານ​ແຫ່ງ​ລັດ. ປັບປຸງ​ການ​ຄຸ້ມ​ຄອງ​ຂະ​ແໜງ​ການ​ເງິນ ສູ່​ທັນ​ສະ​ໄໝ ​ແລະ ມີ​ປະສິດທິ​ຜົນ: ​ໂດຍ​ສືບ​ຕໍ່​ພັດທະນາ​ໃຫ້​ເປັນ​ລະບົບ​ຄົບ​ຊຸດ ​ແລະ ລວມສູນ ດ້ວຍ​ການ​ລົງ​ທຶນ​ໃສ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ລະບົບ​ໂປຼ​ແກມ, ບຸກຄະ​ລະ​ກອ​ນ ທັງ​ປະລິມານ ​ແລະ ຄຸນ​ນະພາ​ບ ​ເຮັດ​ໃຫ້ການ ​ປະຕິບັດ​ລາຍ​ຮັບ-ລາຍຈ່າຍ ມີຄວາມໂປ່ງໃສ, ສະດວກວ່ອງໄວ, ສາມາດກວດກາໄດ້ ແລະ ຕ້ານປະກົດການ ຫຍໍ້ທໍ້ຕ່າງໆ; ປະຕິບັດວິໄນການເງິນຢ່າງຮັດກຸມ ເພື່ອຄຸ້ມຄອງລາຍຈ່າຍ ໃຫ້ເປັນໄປຕາມກອບແຜນການ ທີ່ ສະພາແຫ່ງຊາດຮັບຮອງ, ຍົກສູງປະສິດທິພາບ ການລົງທຶນຂອງລັດ ດ້ວຍການສ້າງກົນໄກຕິດຕາມ, ຄຸ້ມຄອງ ການຈັດຊື້-ຈັດຈ້າງ, ການກໍ່ສ້າງ ແລະ ສ້ອມແປງ ດ້ວຍທຶນຂອງລັດ ແລະ ແກ້ໄຂໜີ້ສິນຄຸມເຄືອ ໃຫ້ຫຼຸດລົງ ເປັນກ້າວໆ. ພັດທະນາວຽກງານຄຸ້ມຄອງລວມສູນງົບປະມານ,ພັດທະນາຂະແໜງການເງິນທ້ອງຖິ່ນ ຕາມສາຍຕັ້ງ ແລະ ທິດສາມສ້າງ: ໂດຍສະເພາະແມ່ນ 3 ຂະແໜງການ (ພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງ ຊາດ)ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານຄົບຖ້ວນ, ມີປະສິດທິຜົນ, ການບໍລິຫານແຫຼ່ງເງິນຂອງລັດ ເຂົ້າລວມສູນຢູ່ຄັງເງິນແຫ່ງຊາດ; ປັບປຸງການແບ່ງຄວາມຮັບຜິດຊອບ ຄຸ້ມຄອງລາຍຮັບ-ລາຍຈ່າຍ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດຈະແຈ້ງ ແລະ ຖືກຕ້ອງ ຕາມທິດ 3 ສ້າງ; ປັບປຸງກົນໄກການ ພົວພັນ ການເງິນ-ງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ເຊື່ອມຈອດກັນ ເພື່ອອັດຊ່ອງວ່າງການ ຮົ່ວໄຫຼ ດ້ານລາຍຮັບ-ລາຍຈ່າຍ. ພັດທະນາ ແລະ ປັບປຸງນິຕິກຳດ້ານການເງິນ ໃຫ້ເປັນລະບົບຄົບຊຸດ; ສ້າງການປະສານສົມທົບລະຫວ່າງ ຂະແໜງການເສດຖະກິດ ໃນລະດັບມະຫາພາກ; ປັບປຸງການຕິດຕາມກວດກາ ໃນການປະຕິບັດແຜນ ງົບປະມານແຫ່ງລັດ ຂອງບັນດາຫົວໜ່ວຍງົບປະມານທຸກຂັ້ນ ໃຫ້ເປັນປົກກະຕິ ແລະ ທົ່ວເຖິງ ເພື່ອຫັນການຄຸ້ມຄອງງົບປະມານ ເຂົ້າສູ່ລະບຽບການ, ປະຢັດ, ສະສົມທຶນ ຕິດພັນກັບຄຸ້ມຄອງລາຍ ຈ່າຍລົງທຶນກໍ່ສ້າງພື້ນຖານໂຄງລ່າງ ຢ່າງເຂັ້ມງວດ.
  ທັງໝົດນັ້ນ, ແມ່ນທິດທາງແຜນການ, ຄາດໝາຍ​ໃຫຍ່ສູ້ຊົນ ແລະ ມາດຕະການຈັດຕັ້ງປະຕິບັດດ້ານ ການເງິນ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານ ແຫ່ງລັດ ໄປສູ່ລະບົບທີ່ຄົບຊຸດ, ທັນສະໄໝ, ​ໂປ່​ງ​ໃສ, ​ເຂັ້ມ​ງວດ, ສາມາດ​ກວດ​ສອບ​ໄດ້, ຖືກຕ້ອງຕາມ​ລະບຽບ​ກົດໝາຍ ​ແລະ ສອດຄ່ອງ​ກັບ​ສະພາບ​ເງື່ອນ​ໄຂຕົວ​ຈິງ.ທັງ​ນີ້, ກໍ່​ເພື່ອ​ແນ​ໃສ່​ຫຼຸດຜ່​ອນຊ່ອງ​ຫວ່າງ ​ໃນ​ການ​ສວຍ​ໃຊ້, ຈຳກັດ​ການ​ຮົ່ວ​ໄຫຼ, ສາມາດແກ້​ໄຂ​ໄດ້​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ ທີ່​ສຳຄັນ​ແມ່ນ​ເຮັດ​ໃຫ້ການ​ປະຕິບັດ ​ແຜນລາຍ​ຮັບບັນ​ລຸ​ຜົນສຳ​ເລັດ, ສາມາດຕອບ​ສະໜອງ ການປະຕິບັດ​ແຜນ​ລາຍ​ຈ່າຍ​ໄດ້​ຢ່າງ​ຂາດ​ຕົວ ​ແລະ ກາຍ​ເປັນ​ເງື່ອນ​ໄຂ​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ພັດທະນາ ວຽກ​ງານ​ຮອບດ້ານ​ຂອງ​ປະ​ເທດ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ​ເຂັ້ມ​ແຂງ ​ແລະ ກ້າວ​ໄປ​ສູ່​ຄວາມ​ຈະ​ເລີ​ນສີວິ​ໄລ​ຢ່າງ​ບໍ່​ຢຸດ​ຢັ້ງ.

ແຫລ່ງ: ສຳນັກງານນາຍົກລັດຖະມົນຕີ 

没有评论: